ສະມາຄົມ ທົ່ງລ້ອງງື່ມ ອອສເຕຣ໌ເລັຍ

ສະມາຄົມ ທົ່ງລ້ອງງື່ມ ອອສເຕຣ໌ເລັຍ

Thursday, December 23, 2010

ຈົດໝາຍຂອບໃຈ

Brisbane 11/12/2010
ເຖີງທ່ານປະທານ ສະມາຄົມທົ່ງລ້ອງງື່ມ, ຂ້າພະເຈົ້າຕາງໜ້າຄອບຄົວ ໜູດາຮານຸວົງສ໌ ແລະຄອບຄົວ ອຸດົມວິໄລ
ຂໍສແດງຄວາມຂອບໃຈນຳຄນະບໍຣີຫານແລະສະມາຊີກທົ່ງລ້ອງງື່ມ
ທຸກທ່ານຊື່ງໄດ້ໃຫ້ຄວາມເຫັນໃຈແລະຊ່ວຍເຫຼືອໃນຕ້ານປັດໃຈ ແກ່ຄອບຄົວຂອງພວກຂ້າພະເຈົ້າ.
  ນຳ້ໃຈອັນປະເສີດແລະເອື້ອເຟື້ອໃນການນຳພາຂອງທ່ານປະທານ,
ໄດ້ເຮັດໃຫ້ສອງຄອບຄົວຂອງພວກຂ້າພະເຈົ້າໄດ້ຮັບຄວາມອົບອຸ່ນ,
ຢ່າງຫາອັນປຽບບໍ່ໄດ້ໃນເວລາໂສກເສົ້າ ດ້ວຍການຈາກໄປຢ່າງບໍມີວັນກັບ ຂອງ
ແມ່ຕູ້ ເທວທິ ໜູດາຣານຸວົງສ໌
ພ້ອມດ້ວຍຄວາມຮັກແພງແລະນັບຖື
ດຣ ຊົມພູ ອຸດົມວິໄລ

Thursday, August 26, 2010

Sunday, July 25, 2010

Thank you

ຈາກ ຄອບຄົວ ໂພທິຣາຊ ( Phothirath's family )
ຂ້າພະເຈົ້າ ຕາງໜ້າ ຄອບຄົວ ໂພທິຣາຊ ຂໍຂອບໃຈນຳພີ່ນ້ອງຊາວທົ່ງລ້ອງງື່ມ.
ທີ່ມີນຳ້ໃຈໃນຄວາມຊ່ວຍເຫຼືອ ແລະຂໍຂອບໃຈນຳ ຄນະກັມະການບໍຣິຫານທູກທ່ານ
ໄດ້ສະລະເວລາມາຖາມຖືງຄວາມທຸກສຸກໃນວັນແຣກທີ່ເກີດຂື້ນ.
ຂໍໃຫ້ພີ່ນ້ອງຊາວທົ່ງລ້ອງງື່ມພ້ອມດ້ວຍສະມາຊີກທຸກໆທ່ານທຸກໆຄອບຄົວ ຂໍໃຫ້ມີແຕ່
ຄວາມສຸຂກາຍສະບາຍໃຈປຣາສະຈາກໂລກໄພຍ໌ໄຂ້ເຈັບ ທຸກຖ້ວນໜ້າເທີ້ນ.
ພ້ອມກັນນີ້ພວກຂ້າພະເຈົ້າ ຄອບຄົວ ໂພທິຣາຊ ຂໍມອບເງິນຈຳນວນ $200 ນີ້ໃຫ້ແກ່
ສະມາຄົມ ທົ່ງລ້ອງງື່ມເພື່ອຊວ່ຍເຫຼືອຄົນອື່ນຕໍ່ໄປ.
( ໃນຄຳຂອງພຣະເຈົ້າວ່າ, ການໃຫ້ ດີກ່ວາການຮັບ,ການໃຫ້ຈະເກີດຄວາມສຸຂ )
ຄອບຄົວ ໂພທິຣາຊ ( Phothirath's family )
 25 July 2010

Saturday, July 17, 2010

Sunday, July 11, 2010

Tuesday, June 22, 2010

ຈຸດປະສົງ ຂອງ ສະມາຄົມ

ທ້ອນໂຮມຄອບຄົວພໍ່ແມ່ພີ່ນ້ອງແລະຊະມາຊີກຊາວທົ່ງລ້ອງງື່ມທີ່ມາຕັ້ງຖີ່ນຖານຢູ່ໃນປະ
ເທດອອສເຕຣ໌ເລັຽໃຫ້ມີຄວາມສາມະຄີຮັກແພງເປັນນຳ້ນື່ງໃຈດຽວກັນ,ເບີ່ງແຍງຊ່ວຍ
ເຫຼືອຊື່ງກັນແລະກັນ ຊ່ວຍກັນຮັກສາຮີດຄອງປະເພນີສີລປະວັທະນະທັມຂອງຊາວທ້ອງ
ຖີ່ນແລະຊາວລາວທົ່ວໆໄປ,ເສີມສ້າງຄວາມສາມະຄີ ຮັກແພງກັບພີ່ນ້ອງຊາວລາວທຸກຊົນ
ຊັ້ນຊົນເຜົ່າ ແລະເຊື້ອຊາດຕ່າງໆໃຫ້ແໜ້ນແຟ້ນ.
ການບໍຣິຫານງານຂອງສະມາຄົມທົ່ງລ້ອງງື່ມນັ້ນ ໂດຍຍືດໝັ້ນບົນພື້ນຖານຂອງຄຳວ່າ
                  ສັຕຈະ  ເມຕຕາ  ສາມະຄີ  ມີວິນັຍ
ຈຸດມຸ້ງໝາຍ: ສ້າງຄວາມສາມະຄີ,ຮັກສາຈາຮິດປະເພນີຂອງລາວເຮົາເອົາໄວ້ເພື່ອສືບ
ຕໍ່ແກ່ຊົນລຸ່ນຫຼັງ ໃຫ້ຄວາມຊ່ວຍເຫຼືອແກ່ຄອບຄົວຄົນເຈັບ ແລະຄອບຄົວຄົນຕາຍ
ສະມາຄົມທົ່ງລ້ອງງື່ມ ເສີມສ້າງຄວາມສາມະຄີແກ່ມວນຊົນ ຕໍ່ອົງການຈັດຕັ້ງຕ່າງໆ
ແລະບໍ່ຍຸ້ງກ່ຽວພົວພັນກັບ ການເມືອງ ໂດຽຈະເປັນທາງຕົງຫຼືທາງອ້ອມ
ຂ້າພະເຈົ້າຜູ້ຂຽນຍີນດີຮັບເອົາຄວາມຕິຊົມຈາກທຸກໆທ່ານຜູ້ທີ່ມີຈິດໃຈເອື້ອເຜື່ອແຜ່
ແກ່ຊຸມຊົນລາວ ຢ່າງແທ້ຈິງ.
ປານີ ແກ້ວມາລາວົງສ໌



Thursday, June 17, 2010

25th Anniversary's Gallery


Samakhom thonglongngum Australia 25th Anniversary Gallery Please click to see you may know somebody.ສະມາຄົມ ທົ່ງລ້ອງງື່ມ ຍີນດີຕ້ອນຮັບທຸກໆທ່ານ ສັດຈະ ເມຕາ ສາມະຄີ  ມີວິນັຍ

Monday, June 7, 2010

ຄົບລອບ 25 ປີ ຂອງການກໍ່ຕັ້ງ ສະມາຄົມທົ່ງລ້ອງງື່ມ

    ສ່ວນໜື່ງຂອງຄນະບໍຣິຫານຂອງ
ສະມາຄົມທົ່ງລ້ອງງື່ມ ຄົບລອບ 25 ປີ
ຂອງການກໍ່ຕັ້ງສະມາຄົມທົ່ງລ້ອງງື່ມ
ທ່ານສີມຸງຄຸນ ວິໄລສານ ທີ່ປືກສາ 
ອາວຸໂສຂອງ ສະມາຄົມ ທົ່ງລ້ອງງື່ມ
ແລະອີກທ່ານໜຶ່ງທ່ານຕຸລັນ ຈຸນລະມຸນຕຣີ
ທີ່ປືກສາ ຂອງສະມາຄົມ ທົ່ງລ້ອງງື່ມ

Thursday, June 3, 2010

Lao song: ຊຽງຂວາງແຫ່ງຄວາມຫລັງ - ລົດຈະນາ

Lao song: ປາກເຊແດນງາມ - ລົດຈະນາ

Lao song: ยากเหันคนรัก - อานุสอน

Lao song: ก้ๅวกันลำวง - สมบัด แก้วคำดี

tom rainbow kuu rak

SAWANE DAN HUK

XIENG KHOUANG DAN NGAM

SamakhomThonglongngum Australia