ສະມາຄົມ ທົ່ງລ້ອງງື່ມ ອອສເຕຣ໌ເລັຍ

ສະມາຄົມ ທົ່ງລ້ອງງື່ມ ອອສເຕຣ໌ເລັຍ

Tuesday, June 22, 2010

ຈຸດປະສົງ ຂອງ ສະມາຄົມ

ທ້ອນໂຮມຄອບຄົວພໍ່ແມ່ພີ່ນ້ອງແລະຊະມາຊີກຊາວທົ່ງລ້ອງງື່ມທີ່ມາຕັ້ງຖີ່ນຖານຢູ່ໃນປະ
ເທດອອສເຕຣ໌ເລັຽໃຫ້ມີຄວາມສາມະຄີຮັກແພງເປັນນຳ້ນື່ງໃຈດຽວກັນ,ເບີ່ງແຍງຊ່ວຍ
ເຫຼືອຊື່ງກັນແລະກັນ ຊ່ວຍກັນຮັກສາຮີດຄອງປະເພນີສີລປະວັທະນະທັມຂອງຊາວທ້ອງ
ຖີ່ນແລະຊາວລາວທົ່ວໆໄປ,ເສີມສ້າງຄວາມສາມະຄີ ຮັກແພງກັບພີ່ນ້ອງຊາວລາວທຸກຊົນ
ຊັ້ນຊົນເຜົ່າ ແລະເຊື້ອຊາດຕ່າງໆໃຫ້ແໜ້ນແຟ້ນ.
ການບໍຣິຫານງານຂອງສະມາຄົມທົ່ງລ້ອງງື່ມນັ້ນ ໂດຍຍືດໝັ້ນບົນພື້ນຖານຂອງຄຳວ່າ
                  ສັຕຈະ  ເມຕຕາ  ສາມະຄີ  ມີວິນັຍ
ຈຸດມຸ້ງໝາຍ: ສ້າງຄວາມສາມະຄີ,ຮັກສາຈາຮິດປະເພນີຂອງລາວເຮົາເອົາໄວ້ເພື່ອສືບ
ຕໍ່ແກ່ຊົນລຸ່ນຫຼັງ ໃຫ້ຄວາມຊ່ວຍເຫຼືອແກ່ຄອບຄົວຄົນເຈັບ ແລະຄອບຄົວຄົນຕາຍ
ສະມາຄົມທົ່ງລ້ອງງື່ມ ເສີມສ້າງຄວາມສາມະຄີແກ່ມວນຊົນ ຕໍ່ອົງການຈັດຕັ້ງຕ່າງໆ
ແລະບໍ່ຍຸ້ງກ່ຽວພົວພັນກັບ ການເມືອງ ໂດຽຈະເປັນທາງຕົງຫຼືທາງອ້ອມ
ຂ້າພະເຈົ້າຜູ້ຂຽນຍີນດີຮັບເອົາຄວາມຕິຊົມຈາກທຸກໆທ່ານຜູ້ທີ່ມີຈິດໃຈເອື້ອເຜື່ອແຜ່
ແກ່ຊຸມຊົນລາວ ຢ່າງແທ້ຈິງ.
ປານີ ແກ້ວມາລາວົງສ໌



1 comment:

  1. ຮຽນ ທ່ານປະທານ ສະມາຄົມທົ່ງລ້ອງງື່ມແລະຄນະບໍຮິຫານທູກໆທ່ານທີ່ຮັກ
    ແພງ ຫາກທ່ານມີຈຸດປະສົງຢາກໄຫ້ຂ້າພະເຈົ້ານຳເອົາສີ່ງໄດສີ່ງນື່ງທີ່ຈະ
    ເປັນປະໂຍຊແກ່ສັງຄົມໂປຮດແຈ້ງໄຫ້ຂ້າພະເຈົ້າຊາບດ້ວຽເພື່ອຈະໄດ້ນຳ
    ມາເຜີຍແຜ່ໃນເວພນີ້ ຕິດຕໍ່ເີບນີ້ 0405819611 Pkeaw ຂໍຂອບໃຈ

    ReplyDelete