Thursday, August 26, 2010
Sunday, August 1, 2010
Sunday, July 25, 2010
Thank you
ຈາກ ຄອບຄົວ ໂພທິຣາຊ ( Phothirath's family )
ຂ້າພະເຈົ້າ ຕາງໜ້າ ຄອບຄົວ ໂພທິຣາຊ ຂໍຂອບໃຈນຳພີ່ນ້ອງຊາວທົ່ງລ້ອງງື່ມ.
ທີ່ມີນຳ້ໃຈໃນຄວາມຊ່ວຍເຫຼືອ ແລະຂໍຂອບໃຈນຳ ຄນະກັມະການບໍຣິຫານທູກທ່ານ
ໄດ້ສະລະເວລາມາຖາມຖືງຄວາມທຸກສຸກໃນວັນແຣກທີ່ເກີດຂື້ນ.
ຂໍໃຫ້ພີ່ນ້ອງຊາວທົ່ງລ້ອງງື່ມພ້ອມດ້ວຍສະມາຊີກທຸກໆທ່ານທຸກໆຄອບຄົວ ຂໍໃຫ້ມີແຕ່
ຄວາມສຸຂກາຍສະບາຍໃຈປຣາສະຈາກໂລກໄພຍ໌ໄຂ້ເຈັບ ທຸກຖ້ວນໜ້າເທີ້ນ.
ພ້ອມກັນນີ້ພວກຂ້າພະເຈົ້າ ຄອບຄົວ ໂພທິຣາຊ ຂໍມອບເງິນຈຳນວນ $200 ນີ້ໃຫ້ແກ່
ສະມາຄົມ ທົ່ງລ້ອງງື່ມເພື່ອຊວ່ຍເຫຼືອຄົນອື່ນຕໍ່ໄປ.
( ໃນຄຳຂອງພຣະເຈົ້າວ່າ, ການໃຫ້ ດີກ່ວາການຮັບ,ການໃຫ້ຈະເກີດຄວາມສຸຂ )
ຄອບຄົວ ໂພທິຣາຊ ( Phothirath's family )
25 July 2010
Saturday, July 17, 2010
Sunday, July 11, 2010
Tuesday, June 22, 2010
ຈຸດປະສົງ ຂອງ ສະມາຄົມ
ທ້ອນໂຮມຄອບຄົວພໍ່ແມ່ພີ່ນ້ອງແລະຊະມາຊີກຊາວທົ່ງລ້ອງງື່ມທີ່ມາຕັ້ງຖີ່ນຖານຢູ່ໃນປະ
ເທດອອສເຕຣ໌ເລັຽໃຫ້ມີຄວາມສາມະຄີຮັກແພງເປັນນຳ້ນື່ງໃຈດຽວກັນ,ເບີ່ງແຍງຊ່ວຍ
ເທດອອສເຕຣ໌ເລັຽໃຫ້ມີຄວາມສາມະຄີຮັກແພງເປັນນຳ້ນື່ງໃຈດຽວກັນ,ເບີ່ງແຍງຊ່ວຍ
ເຫຼືອຊື່ງກັນແລະກັນ ຊ່ວຍກັນຮັກສາຮີດຄອງປະເພນີສີລປະວັທະນະທັມຂອງຊາວທ້ອງ
ຖີ່ນແລະຊາວລາວທົ່ວໆໄປ,ເສີມສ້າງຄວາມສາມະຄີ ຮັກແພງກັບພີ່ນ້ອງຊາວລາວທຸກຊົນ
ຊັ້ນຊົນເຜົ່າ ແລະເຊື້ອຊາດຕ່າງໆໃຫ້ແໜ້ນແຟ້ນ.
ການບໍຣິຫານງານຂອງສະມາຄົມທົ່ງລ້ອງງື່ມນັ້ນ ໂດຍຍືດໝັ້ນບົນພື້ນຖານຂອງຄຳວ່າ
ສັຕຈະ ເມຕຕາ ສາມະຄີ ມີວິນັຍ
ຈຸດມຸ້ງໝາຍ: ສ້າງຄວາມສາມະຄີ,ຮັກສາຈາຮິດປະເພນີຂອງລາວເຮົາເອົາໄວ້ເພື່ອສືບ
ຕໍ່ແກ່ຊົນລຸ່ນຫຼັງ ໃຫ້ຄວາມຊ່ວຍເຫຼືອແກ່ຄອບຄົວຄົນເຈັບ ແລະຄອບຄົວຄົນຕາຍ
ສະມາຄົມທົ່ງລ້ອງງື່ມ ເສີມສ້າງຄວາມສາມະຄີແກ່ມວນຊົນ ຕໍ່ອົງການຈັດຕັ້ງຕ່າງໆ
ແລະບໍ່ຍຸ້ງກ່ຽວພົວພັນກັບ ການເມືອງ ໂດຽຈະເປັນທາງຕົງຫຼືທາງອ້ອມ
ຂ້າພະເຈົ້າຜູ້ຂຽນຍີນດີຮັບເອົາຄວາມຕິຊົມຈາກທຸກໆທ່ານຜູ້ທີ່ມີຈິດໃຈເອື້ອເຜື່ອແຜ່
ແກ່ຊຸມຊົນລາວ ຢ່າງແທ້ຈິງ.
ປານີ ແກ້ວມາລາວົງສ໌
Subscribe to:
Posts (Atom)